ແຕ່ກີ້ ແຕ່ກ່ອນ ມີຜູ້ຄົນໜຶ່ງເຊິ່ງລາວມີລູກສາວສອງຄົນເຊິ່ງທັງສອງຄົນແມ່ນແຕ່ງງານໝົດແລ້ວ,ລູກສາວຄົນທຳອິດແມ່ນແຕ່ງງານກັບຜູ້ຊາຍຊາວສວນ ແລະ ຄົນທີ່ສອງແມ່ນແຕ່ງງານກັບຄົນຊາວປະມົງ,ຕໍ່ມາມື້ໜຶ່ງພໍ່ຂອງຜູ້ຍິງທັງສອງຄົນນັ້ນຕ້ອງການທີ່ຈະໄປຢ້ຽມຢາມລູກສາວທັງສອງຄົນ ແຕ່ພໍໄປຮອດເຮືອນຂອງຄົນທີ່ແຕ່ງງານກັບຊາວສວນ ດ້ວຍຄວາມເປັນຫ່ວງ
- ພໍ່ກໍ່ຖາມລູກສາວຄົນທຳອິດວ່າ " ຕັ້ງແຕ່ເຈົ້າແຕ່ງງານມາ ເຈົ້າປາຖະໜາສິ່ງໃດແດ່ "
- ລູກສາວຄົນທຳອິດຕອບພໍ່ຂອງລາວວ່າ " ລູກປາຖະໜາ ຢາກໃຫ້ຝົນຕົກທຸກມື້ ເພື່ອໃຫ້ພືດຜັກງາມ "
- ແລ້ວ ພໍ່ຂອງລາວກໍ່ຕອບວ່າ " ພໍ່ຂໍອວຍພອນໃຫ້ເຈົ້າໄດ້ສົມດັ່ງປາຖະໜາ "
ຫຼັງຈາກນັ້ນພໍ່ຂອງລາວກໍ່ເດີນທາງເພື່ອທີ່ຈະໄປຫາລູກສາວຄົນທີ່ສອງ ເມື່ອໄປຮອດ
- ພໍ່ຂອງລາວກໍ່ຖາມຄຳຖາມເດີມກັບລູກສາວຄົນທີ່ສອງ
- ລູກສາວຄົນທີ່ສອງຕອບວ່າ " ລູກປາຖະໜາ ຢາກໃຫ້ມີແດດອອກທຸກມື້ ເພື່ອທີ່ປາຈະໄດ້ແຫ້ງພໍທີ່ຈະນຳໄປຂາຍໄດ້ "
ເມື່ອໄດ້ຍິນດັງນັ້ນພໍ່ຂອງລາວຈຶ່ງຕອບລູກສາວວ່າ
- ພໍ່ຂອງລາວກໍ່ຕອບວ່າ " ພໍ່ຂໍອວຍພອນໃຫ້ເຈົ້າໄດ້ສົມດັ່ງປາຖະໜາ "
ແລ້ວເມື່ອພໍ່ຂອງລູກສາວທັງສອງຄົນກັບເຮືອນລາວກໍ່ຄິດໃນໃຈວ່າ ຈະເຮັດແນວໃດເພື່ອທີ່ຈະໃຫ້ລູກສາວທັງສອງຄົນສົມດັ່ງປາຖະໜາ.
ນິທານເລື່ອງນີ້ສອນໃຫ້ຮູ້ວ່າ : ຄວາມປາຖະໜາຂອງຄົນທຸກຄົນແມ່ນມີຄວາມແຕກຕ່າງກັນ ສະນັ້ນເຮົາຈຶ່ງບໍ່ສາມາດທີ່ຈະເຮັດໃຫ້ທຸກຄົນເພິ່ງພໍໃຈໄດ້

