วันอังคารที่ 19 ธันวาคม พ.ศ. 2560

ນິທານເລື່ອງ ພໍ່ ກັບ ລູກສາວ

ເລື່ອງ ພໍ່ ກັບ ລູກສາວ
ແຕ່ກີ້ ແຕ່ກ່ອນ ມີຜູ້ຄົນໜຶ່ງເຊິ່ງລາວມີລູກສາວສອງຄົນເຊິ່ງທັງສອງຄົນແມ່ນແຕ່ງງານໝົດແລ້ວ,ລູກສາວຄົນທຳອິດແມ່ນແຕ່ງງານກັບຜູ້ຊາຍຊາວສວນ ແລະ ຄົນທີ່ສອງແມ່ນແຕ່ງງານກັບຄົນຊາວປະມົງ,ຕໍ່ມາມື້ໜຶ່ງພໍ່ຂອງຜູ້ຍິງທັງສອງຄົນນັ້ນຕ້ອງການທີ່ຈະໄປຢ້ຽມຢາມລູກສາວທັງສອງຄົນ ແຕ່ພໍໄປຮອດເຮືອນຂອງຄົນທີ່ແຕ່ງງານກັບຊາວສວນ ດ້ວຍຄວາມເປັນຫ່ວງ
           -  ພໍ່ກໍ່ຖາມລູກສາວຄົນທຳອິດວ່າ " ຕັ້ງແຕ່ເຈົ້າແຕ່ງງານມາ ເຈົ້າປາຖະໜາສິ່ງໃດແດ່ "
           - ລູກສາວຄົນທຳອິດຕອບພໍ່ຂອງລາວວ່າ " ລູກປາຖະໜາ ຢາກໃຫ້ຝົນຕົກທຸກມື້ ເພື່ອໃຫ້ພືດຜັກງາມ "
           - ແລ້ວ ພໍ່ຂອງລາວກໍ່ຕອບວ່າ "  ພໍ່ຂໍອວຍພອນໃຫ້ເຈົ້າໄດ້ສົມດັ່ງປາຖະໜາ "
ຫຼັງຈາກນັ້ນພໍ່ຂອງລາວກໍ່ເດີນທາງເພື່ອທີ່ຈະໄປຫາລູກສາວຄົນທີ່ສອງ ເມື່ອໄປຮອດ
           - ພໍ່ຂອງລາວກໍ່ຖາມຄຳຖາມເດີມກັບລູກສາວຄົນທີ່ສອງ
           - ລູກສາວຄົນທີ່ສອງຕອບວ່າ " ລູກປາຖະໜາ ຢາກໃຫ້ມີແດດອອກທຸກມື້ ເພື່ອທີ່ປາຈະໄດ້ແຫ້ງພໍທີ່ຈະນຳໄປຂາຍໄດ້ " 
  ເມື່ອໄດ້ຍິນດັງນັ້ນພໍ່ຂອງລາວຈຶ່ງຕອບລູກສາວວ່າ
          - ພໍ່ຂອງລາວກໍ່ຕອບວ່າ "  ພໍ່ຂໍອວຍພອນໃຫ້ເຈົ້າໄດ້ສົມດັ່ງປາຖະໜາ "
ແລ້ວເມື່ອພໍ່ຂອງລູກສາວທັງສອງຄົນກັບເຮືອນລາວກໍ່ຄິດໃນໃຈວ່າ ຈະເຮັດແນວໃດເພື່ອທີ່ຈະໃຫ້ລູກສາວທັງສອງຄົນສົມດັ່ງປາຖະໜາ.

                  ນິທານເລື່ອງນີ້ສອນໃຫ້ຮູ້ວ່າ : ຄວາມປາຖະໜາຂອງຄົນທຸກຄົນແມ່ນມີຄວາມແຕກຕ່າງກັນ ສະນັ້ນເຮົາຈຶ່ງບໍ່ສາມາດທີ່ຈະເຮັດໃຫ້ທຸກຄົນເພິ່ງພໍໃຈໄດ້  

ນິທານເລື່ອງ ພໍ່ ກັບ ລູກສາວ

ເລື່ອງ ພໍ່ ກັບ ລູກສາວ ແຕ່ກີ້ ແຕ່ກ່ອນ ມີຜູ້ຄົນໜຶ່ງເຊິ່ງລາວມີລູກສາວສອງຄົນເຊິ່ງທັງສອງຄົນແມ່ນແຕ່ງງານໝົດແລ້ວ,ລູກສາວຄົນທຳອິດແມ່ນແຕ່ງງານກັບຜູ້ຊ...