ໃນປ່າໃຫຍ່ແຫ່ງໜຶ່ງ ມີກະຕ່າຍໂຕໜຶ່ງທີ່ມັກໂອ້ອວດ ວ່າຕົວເອງແມ່ນຜູ້ທີ່ແລ່ນໄວທີ່ສຸດ,ແລ້ວມີມື້ໜຶ່ງ ກະຈ່າຍກໍ່ເຫັນເຕົ່າໂຕໜຶ່ງ ຍ່າງມາຕາມທາງຢ່າງຊ້າໆ,ກະຕ່າຍກໍ່ເລີຍຫົວອອກມາດັງໆແລ້ວເວົ້າວ່າ : " ເຕົ່າເອີຍ ຖ້າເຈົ້າຍ່າງຊ້າແບບນີ້ ຍາມໃດເຂົ້າຊີຮອດເຮືອນ " , ເຕົ່າກະເລີຍຕອບກະຕ່າຍທັນທີວ່າ: " ເຖິງວ່າຂ້ອຍຈະຍ່າງຊ້າໆ ແຕ່ຂ້ອຍກະໄປຮອດເຮືອນທຸກມື້ ເຮົາມາແຂ່ງຂັນກັນບໍ່ ແລ້ວຂ້ອຍຈະເອົາຊະນະເຈົ້າໃຫ້ເບິ່ງ ".
ຫຼັງຈາກທີ່ເຕົ່າເວົ້າຈົບກະຕ່າຍກະຮັບຄຳທ້າເພາະກະຕ່າຍໝັ່ນໃຈວ່າເຕົ່າບໍ່ມີວັນທີ່ຈະຊະນະຕົວເອງໄດ້ , ພໍຮອດຍາມຕາເວັນຂຶ້ນ ສັດຕ່າງໆກໍພາກັນມາເບິ່ງກະຕ່າຍກັບເຕົ່າແຂ່ງຂັນ ເມື່ອຮອດຍາມການແຂ່ງຂັນກໍໄດ້ເລີ່ມຕົ້ນຂຶ້ນ , ກະຕ່າຍແລ່ນສຸດຄວາມໄວໃຫ້ໄປຮອດເສັ້ນໄຊ ສ່ວນເຕົ່າກໍພະຍາຍາມຍ່າງໄປເລື້ອຍໆ .
ໃນຂະນະທີ່ກະຕ່າຍແລ່ນໄປໃກ້ຈະຮອດເສັ້ນໄຊ ແລ້ວກໍ່ຄິດວ່າຈັງໃດຕົວເອງກໍ່ຈະຕ້ອງຊະນະແນ່ນອນ ກະຕ່າຍຈຶ່ງນັ່ງຢູ່ກ້ອງຕົ້ນໄມ້ ແລະ ນອນຫຼັບໄປ ສ່ວນເຕົ່າກະຍ່າງຊ້າໆຈົນມາຮອດເສັ້ນໄຊ , ເມື່ອກະຕ່າຍຕື່ນຂຶ້ນມາກໍ່ລ້ຽວເບີ່ງຊ້າຍເບີ່ງຂວາ ແລ້ວກະຟ້າວແລ່ນໄປຍັງເສັ້ນໄຊ ແຕ່ກະສາຍເກີນໄປແລ້ວ ເພາະສັດທັງຫຼາຍກຳລັງສະແດງຄວາມຍິນດີກັບເຕົ່າທີ່ເປັນຜູ້ຊະນະ.
ນິທານເລື່ອງນີ້ ສອນໃຫ້ຮູ້ວ່າ : ຄວາມພະຍາຍາມຢູ່ບ່ອນໃດ ຄວາມສຳເລັດຢູ່ບ່ອນນັ້ນ
วันอาทิตย์ที่ 29 ตุลาคม พ.ศ. 2560
สมัครสมาชิก:
บทความ (Atom)
ນິທານເລື່ອງ ພໍ່ ກັບ ລູກສາວ
ເລື່ອງ ພໍ່ ກັບ ລູກສາວ ແຕ່ກີ້ ແຕ່ກ່ອນ ມີຜູ້ຄົນໜຶ່ງເຊິ່ງລາວມີລູກສາວສອງຄົນເຊິ່ງທັງສອງຄົນແມ່ນແຕ່ງງານໝົດແລ້ວ,ລູກສາວຄົນທຳອິດແມ່ນແຕ່ງງານກັບຜູ້ຊ...
-
ໃນປ່າໃຫຍ່ແຫ່ງໜຶ່ງ ມີກະຕ່າຍໂຕໜຶ່ງທີ່ມັກໂອ້ອວດ ວ່າຕົວເອງແມ່ນຜູ້ທີ່ແລ່ນໄວທີ່ສຸດ,ແລ້ວມີມື້ໜຶ່ງ ກະຈ່າຍກໍ່ເຫັນເຕົ່າໂຕໜຶ່ງ ຍ່າງມາຕາມທາງຢ່...
-
ເລື່ອງ ພໍ່ ກັບ ລູກສາວ ແຕ່ກີ້ ແຕ່ກ່ອນ ມີຜູ້ຄົນໜຶ່ງເຊິ່ງລາວມີລູກສາວສອງຄົນເຊິ່ງທັງສອງຄົນແມ່ນແຕ່ງງານໝົດແລ້ວ,ລູກສາວຄົນທຳອິດແມ່ນແຕ່ງງານກັບຜູ້ຊ...
